ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດນຳໃຊ້ຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ


     ພິທີເປີດນຳໃຊ້ຫໍພິພິທະພັນປະຫວັດສາດກອງທັບ ໄດ້ຈັດຂຶ້ນໃນ ວັນທີ 13 ທັນວາ 2023 ນີ້, ໂດຍ ການເປັນປະທານຂອງ
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ
ປ້ອງກັນປະເທດ, ມີ ສະຫາຍ ຟານ ມິງ ຈ້ຽນ ອຸປະທູດສະຖານ ເອກອັກຄະລາດສະທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ມີທີ່
ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ, ມີບັນດາການນຳ ກະຊວງປ້ອງກັນປະເທດ, ນາຍທະຫານ, ນາຍຕຳຫຼວດ, ສະ
ຫະພັນນັກຮົບເກົ່າ ແຫ່ງຊາດລາວ ພ້ອມ ແຂກທີ່ຖືກເຊີນເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນ ກຳມະການຄະນະພັກກົມໃຫຍ່, ຫົວໜ້າ ກົມໂຄສະນາ ອົບຮົມ ກົມໃຫຍ່ການເມືອງ
ກອງທັບ ໄດ້ລາຍງານກ່ຽວກັບສະພາບການປັບປຸງກໍ່ສ້າງຫໍພິພິທະພັນປະຫັວດສາດ ກອງທັບປະຊາຊົນລາວ ໄລຍະຜ່ານມາເຖິງປັດ
ຈຸບັນໂດຍຫຍໍ້ ໃນຕົ້ນ ປີ 2023 ໂຄງການໄລຍະທີ 3 ໄດ້ລົງມື ກໍ່ສ້າງ ແລະ ປັບປຸງລວມມູນຄ່າທັງ 3 ໄລຍະ 108 ຕື້ກວ່າດົງ
(ສະກຸນເງິນຫວຽດນາມ). ມາຮອດມື້ນີ້, ການ ກໍ່ສ້າງປັບປຸງຫໍພິພິທະພັນປະຫັວດສາດ ກອງທັບປະຊາຊົນລາວ ໄດ້ສຳເລັດຕາມ
ແຜນການ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວເປີດນຳໃຊ້ຫໍພິພິທະພັນຢ່າງເປັນທາງການວ່າ: ການກໍ່ສ້າງ ຫໍ
ພິພິທະພັນປະຫວັດສາດກອງທັບ ຄັ້ງນີ້ແນໃສ່ປັບປຸງຄືນລະບົບໂຄງຮ່າງວາງສະແດງ ແລະ ເນື້ອໃນດ້ານຕ່າງໆ ສ້າງໃຫ້ເປັນສູນລວມ
ປະຫວັດສາດ, ທ້ອນໂຮມວັດຖຸກຳ, ຄຸ້ມຄອງ-ປົກປັກຮັກສາ ແລະ ຈັດວາງສະແດງປະຫວັດມູນເຊື້ອ, ຜົນງານໄຊຊະນະຂອງກອງທັບ
ປະຊາຊົນລາວ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ໃຫ້ມວນຊົນທຸກຊັ້ນຄົນທັງພາຍໃນ ແລະ ຕ່າງປະເທດ
ໄດ້ເຂົ້າມາຄົ້ນຄວ້າ, ສຶກສາຮ່ຳຮຽນ ແລະ ຢ້ຽມຊົມດ້ວຍຄວາມປະທັບໃຈ ຄືບັນຍາກາດໄດ້ຮ່ວມເຄື່ອນໄຫວຊີວິດຕົວຈິງຢູ່ໃນ ເຫດ
ການປະຫວັດສາດຕ່າງໆ. ຕະຫຼອດໄລຍະຜ່ານມາ, ກຳລັງປະກອບອາວຸດ ປະຊາຊົນລາວ ໄດ້ເຝິກຝົນຫຼໍ່ ຫຼອມໃນແປວໄຟແຫ່ງການຕໍ່
ສູ້ປະຕິວັດ ຍືດເຍື້ອຍາວນານ, ສ້າງຜົນງານໃນການສູ້ຮົບອັນໃຫຍ່ຫຼວງຮ່ວມກັບ ປະຊາຊົນລາວ ບັນດາເຜົ່າຜູ້ຮັກຊາດ ໃນການຕໍ່ສູ້
ຕີເອົາຊະນະພວກລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມຣິກາ ຜູ້ຮຸກຮານ ແລະ ອິດທິກຳລັງປະຕິການອື່ນໆ ປົດປ່ອຍປະເທດຊາດຢ່າງສົມ
ບູນຍາດເອົາເອກະລາດ ມາໃຫ້ປະເທດຊາດພວກເຮົາ, ໃນປັດຈຸບັນນີ້ ກອງທັບປະຊາຊົນລາວ ໄດ້ເປັນກຳລັງຫຼັກແຫຼ່ງເຮັດໜ້າທີ່ປົກ
ປັກຮັກສາ ເອກະລາດ, ອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄວ້ໃຫ້ໝັ້ນຄົງ, ຮັບປະກັນ ສະຖຽນ
ລະພາບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພທາງສັງຄົມ, ປົກປັກຮັກສາລະບອບ ປະຊາທິປະ
ໄຕ ປະຊາຊົນ, ປະຊາຊົນບັນດາເຜົ່າ ແລະ ວັດທະນະທຳອັນດີງາມຂອງຊາດ, ກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນ
ເປັນກ້າວໆ ທັງດ້ານກຳລັງ ແລະ ການປະກອບ ຢູ່ໃນທົ່ວກຳລັງຫຼວງ-ກຳລັງທ້ອງຖິ່ນ ແລະ ບັນດາເຫຼົ່າຮົບ ກໍໄດ້ຮັບການສ້າງຕັ້ງຂຶ້ນ
ເປັນແຕ່ ລະໄລຍະດ້ວຍເຫດນັ້ນ, ທາດແທ້, ມູນເຊື້ອທີ່ກ້າແກ່ນສະຫງ່າງາມ ແລະ ຜົນງານ, ໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບ
ໃຫຍ່ ຂະຫຍາຍຕົວຂອງ ກອງທັບປະຊາຊົນ ນັບແຕ່ມື້ກຳເນີດຈົນເຖິງປັດຈຸບັນ ຖືກບັນທຶກໄວ້ໃນ ຫໍພິພິທະພັນປະຫັວດສາດກອງ
ທັບ ແຫ່ງນີ້ ເພື່ອໃຫ້ອະນຸຊົນຄົນຮຸ່ນຫຼັງໄດ້ສຶກສາຮຽນຮູ້ ແລະ ສືບທອດພາລະກຳອັນເລີດລ້ຳ ສືບຕໍ່ໄປ. ໂອກາດນີ້, ໄດ້ພ້ອມກັນ
ຕັດແຖບຜ້າເປີດນຳໃຊ້ຫໍພິພິທະພັນປະຫວັດສາດ ກອງທັບ ແລະ ເຂົ້າຊົມ ການວາງສະແດງຕື່ມອີກ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 14/12/2023